ພະທາດຫຼວງວຽງຈັນ

Location

ພະ​ທາດ​ຫຼວງ​ ວຽງ​ຈັນ​
ພະ​ທາດ​ຫຼວງ​ຕັ້ງ​ຢູ່​ທາງ​ທິດ​ຕະເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ຕູ​ຊ​ ຫາກ​ໄປ​ທ່ຽວ​ວຽງ​ຈັນ​ຕ້ອງ​ບໍ່​ພາດ​ໄປ​ຢ້ຽມ​ຊົມ​ ພະທາດຫຼວງ ​ອີກ​ຊື່​ວ່າ​ ພະ​ເຈ​ດີ​ໂລ​ກະ​ຈຸ​ລາມ​ນີ​ ປູຊະນີຍະສະຖານ​ອັນ​ສຳຄັນ​ອາ​ຍຸ​ນັບ​ພັນ​ປີ​ ທີ່​ມີ​ຄຸນຄ່າ​ທາງ​ປະຫວັດສາດ​ ສີລະປະ ​ແລະ ​ວັດທະນະທຳ​ຂອງ​ລາວ




    ພະທາດຫລວງ (Pra Thatluang) ຫລື ພຣະທາດຫລວງວຽງຈັນ ຕັ້ງຢູ່ສົ້ນສຸດທາງທິດຕາເວັນ ອອກຂອງຖະໜົນທາດຫຼວງບ້ານທາດຫຼວງເມືອງໄຊເສດຖານະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະ ຊາຊົນລາວກໍຄືຊາວພຸດທົ່ວທັງປະເທດ. ຕາມຕຳນານອຸລັງຄະທາດພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມ ພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມກວ້າງດ້ານລະຫ້າວາໜາສອງວາ ແລະ ສູງສີ່ວາສາມສອກ.




    ປີ ຄ.ສ 1566 ພາຍຫຼັງການຍ້າຍ ນະຄອນຫຼວງຈາກ ຫຼວງພຣະບາງ ລົງມາຕັ້ງຢູ່ວຽງຈັນ(ຄ.ສ 1560) ພະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພະທາດ ຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ ກວມອຸມຸງຫິນອັນເກົ່າ ເຊິ່ງມີພະທາດນ້ອຍ ສາມສິບອົງ ອ້ອມພະທາດໃຫຍ່ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. ໃນທາດນ້ອຍແຕ່ລະອົງນັ້ນ ເພິ່ນ ໄດ້ເອົາຄຳໜັກສີ່ບາດ ຫຼໍ່ເປັນທາດນ້ອຍໆ ບັນຈຸໄວ້ເຊິ່ງມີໃບລານທີ່ ເຮັດດ້ວຍຄຳຍາວສອກປາຍ (ສອກກຳ) ແລະ ຈາລຶກພາສາບາລີ  ດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດ ເພິ່ນໄດ້ໃສ່ຊື່ພະທາດວ່າ ”ພະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າ “ທາດຫຼວງ” ເຊິ່ງມີຄວາມໝາຍວ່າ ທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີ ຄ.ສ 1570 ຍັງບໍ່ທັນໄດ້ສະຫຼອງພະເຈົ້າໄຊຍະເສດຖາທິລາດ ໄດ້ເດິນທາງລົງໄປເມືອງອັດຕະປື ແລ້ວຫາຍສາບສູນໄປໃນປີ ຄ.ສ 1571.




  ພະທາດຫຼວງສູງ 45 ແມັດມີໃບສີມາອ້ອມ 228 ໃບມີບໍລິວານ (ທາດນ້ອຍ) 30 ອົງອ້ອມຮອບ ເອິ້ນວ່າ: “ປາລະມີສາມສິບທັດ”ຕີນພະທາດ ແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ 69 ແມັດແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມພະທາດຫຼວງ ແຕ່ລະດ້ານຍາວ 91.75 ແມັດ


ຄ່າ​ເຂົ້າ​ຊົມ​: 5,000 ກີບ​ (ປະ​ມານ​ 2ບາດ​)
ເວລາ​ເປີດ​-ປິດ​: 8.00 - 17.00 ນ.​
ແຫຼ່ງທີ່ມາ: wikipedia

Comments