Location
ປະຕູໄຊ, ວຽງຈັນ
ປະຕູໄຊອີກໜຶ່ງສະຖານທີ່ຂອງນະຄອນຫຼວງວຽງຈັນເປັນອະນຸສອນສະຖານເພື່ອລະລຶກເຖິງປະຊາຊົນຊາວລາວຜູ້ເສຍສະລະຊີວິດໃນສົງຄາມກ່ອນໜ້າການປະຕິວັດຂອງພັກຄອມມິວນິດ
ບໍລິເວນອ້ອມຮອບມີບ່ອນຈອດລົດ ຈັດການສະແດງນ້ຳພຸປະກອບດົນຕີ ແລະ ສວນປະຕູໄຊອານຸສາວະລີ ປະຕູໄຊ ເຊິ່ງບາງຄົນກໍ່ມັກຮຽກສັ້ນໆວ່າ ປະຕູໄຊ ຫຼື ບາງຄົນກໍ່ວ່າ ອານຸສາວະລີ. ແຕ່ຈະໃຫ້ຖືກແທ້ໆ ຕ້ອງເອີ້ນວ່າ: “ອານຸສາວະລີ ປະຕູໄຊ”. ສິ່ງກໍ່ສ້າງນີ້ສ້າງເພື່ອເປັນອານຸສອນສະຖານ ແກ່ໄຊຊະນະຂອງສົງຄາມ ແລະ ເປັນອານຸສອນ ແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949, ປະຕູໄຊ ເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ ໃນລະຫວ່າງສົງຄາມອິນດູຈີນ ແຕ່ກໍ່ຖືກນຳ ມາເຮັດອານຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບ ໃນຕອນນັ້ນ ແລະ ການອອກແບບໂດຍ ທ້າວ ທຳ ໄຊຍະສິດເສນາ.
ຈາກຮູບແບບການກໍ່ສ້າງແລ້ວ ຮູບຊົງແມ່ນຄ້າຍກັບ Arc de Triomphe ຢູ່ປະເທດຝຣັງ ແລະ ຫຼາຍຄົນກະວ່າແມ່ນ ອ້າຍນ້ອງກັນ, ແມ່ນວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາປັດຕະຍະກຳແລ້ວ ປະຕູໄຊ ແມ່ນແຕ້ມແຕ່ງ ດ້ວຍລວດລາຍຂອງລາວ ເຊັ່ນວ່າ: ຮູບຂອງກິນນາລີ, ຮູບກົບກິນເດືອນ ແລະ ອື່ນໆ. ອານຸສາວະລີ ປະຕູໄຊ ແມ່ນຈະມີປະຕູໃຫຍ່ທັງສີ່ດ້ານ ແລະ ປະກອບມີ 7 ຊັ້ນ, ມີຂັ້ນໄດທາງ ຂຶ້ນ ສອງຂ້າງ, ໂດຍທາງດ້ານເທິງ ເປັນອາຄານ 5 ຍອດ ຕາມຫຼັກການປົກຄອງປະເທດເຮົາ ແບບພຸດທະສາສະໜາ ໄດ້ແກ່: ພັນທະມິດ, ການໃຫ້ອະໄພ, ຄວາມສື່ສັດ, ການໃຫ້ກຽດ ແລະ ຄວາມຈະເລີນຮຸ່ງເຮືອງ, ຖ້າຂຶ້ນໄປຮອດຍອດຂອງອາ ນຸສາວະລີ ທ່ານກໍ່ຈະໄດ້ຊື່ມຊົມກັບທິວທັດຄວາມງົດງາມ ຂອງຕົວເມືອງວຽງຈັນ.
ປະຕູໄຊຖືກອ້ອມຮອບໄປດ້ວຍສວນສາທາລະນະ ແລະ ຫົນທາງສາຍຫຼັກທີ່ມີລັກສະນະເປັນວົງວຽນ ແລະ ຫົນທາງເສັ້ນໃຫຍ່, ທາງດ້ານໜ້າ ຂອງປະຕູໄຊມີນໍ້າພຸທີ່ສວຍງາມ, ມີສວນສາທາລະນະ ໃຫ້ຜັກຜ່ອນຍ່ອນໃຈ, ເປັນບ່ອນທີ່ຊາວວຽງຈັນ ມັກມາຜັກຜ່ອນ, ສູດອາກາດບໍລິສຸດ ແລະ ອອກກຳລັງກາຍ.
ຄ່າເຂົ້າຊົມ: 2,000 ກີບ (ປະມານ 10 ບາດ)
ເວລາເປີດ-ປິດ: 8.00 - 17.00 ນ.
Comments
Post a Comment