ວັດຊຽງທອງ


Location

ວັດ​ຊຽງ​ທອງ​, ຫຼວງ​ພະ​ບາງ​
​ວັດ​ຊຽງ​ທອງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ຕ້ອງ​ມາ​ຢ້ຽມຢາມເມືອ​ມາ​ເຖິງ​ຫຼວງ​ພະ​ບາງ​ ເປັນ​ວັດ​ທີ່​ສຳຄັນ​ແລະ​ສວຍ​ງາມ​ທີ່ສຸດ​ຂອງ​ເມືອງ​ນ້ອຍ​ໆ​ ແຫ່ງ​ນີ້​ ວັດ​ຊຽງ​ທອງ​ເປັນ​ວັດ​ເກົ່າ​ແກ່​ຄູ່​ບ້ານ​ຄູ່​ເມືອງ​ຫຼວງ​ພະ​ບາງ​ມາ​ຫຼາຍຮ້ອຍປີ​ ຖືກ​ສ້າງ​ຂຶ້ນ​ໃນ​ລັດຊະສະໄໝ​ພະ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ ພາຍ​ໃນ​ອຸ​ໂບດ​ຖະ​ວິ​ຫານ​ແລະ​ອາ​ຄານ​ຕ່າງ​ໆ​ ບໍລິເວນ​ວັດ​ ຈະ​ຕົກ​ແຕ່ງ​ຢ່າງ​ສວຍ​ງາມ​ຫຼາຍ​ດ້ວຍ​ລວດ​ລາຍ​ແກະ​ສ​ະລັກ​ຕ່າງ​ໆ​ ຖື​ເປັນ​ໜຶ່ງ​ໃນ​ສຸດ​ຍອດ​ສ​ະຖາ​ປັດ​ຍະ​ກຳ​ລາວ​ລ້ານ​ຊ້າງ​


ວັດຊຽງທອງ ເມືອງຫຼວງພະບາງ ເມືອງມໍລະດົກໂລກ
    “ວັດຊຽງທອງ” ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນ ຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະ ອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ




    ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດ ກໍຄືການໄປ ຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາ ແບບຫລວງ ພະບາງແທ້ໆດ້ວຍຫລັງຄາພະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍສ່ວນກາງຂອງ ຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ “ສິມ” (ອຸໂປສົດ) ທີ່ເຈົ້າມະ ຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາ ທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາ ເມື່ອຍ່າງເຂົ້າ ຕໍ່ມາທີ່ປະຕູ ພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍ ລວດລາຍ ປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດທ້າວສີທົນ,ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະ ທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການ ຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາ ແກ້ວສີ ມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ/tingcave.weebly.com





ຄ່າ​ເຂົ້າ​ຊົມ​: 20,000 ກີບ​ (ປະ​ມານ​ 80 ບາດ​)
ເວລາ​ເປີດ​-ປິດ​: 6.00 - 17.30 ນ.

Comments