ວັດຊຽງຄວນ


Location



   ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ - ໄທ 1, ທາງໃຕ້ ຂອງເມືອງ ວຽງຈັນ 24 ກິໂລແມັດ. ​ທີ່ຕັ້ງຢູ່ເຂດບ້ານ ທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມບໍ່ຂາດໄລຍະ.


   ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນຜີເທວະດາພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫັວນໂລກມະນຸດ ແລະ ນະລົກອະເວຈີ. ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນ ພິການອະວິໄສ ຊວນເກີດຄວາມຮູ້ສຶກພິດສະວົງສົງໄສທັງຊື່ນ ຊົມເບື່ອໜ່າຍໜ້າສົມເພດເວທະນາ ປະປົນກັນ ຍາມເມື່ອໄດ້ຊົມ.


Comments