ທົ່ງໄຫຫີນ ຊຽງຂວາງ

ທົ່ງ​ໄຫ​ຫນ​, ຊຽງ​ຂວາງ​
ທົ່ງຫີນຢູ່​ທີ່​ເມືອງ​ໂພນ​ສະ​ຫວັນ​ ແຂວງ​ຊຽງ​ຂວາງ​ ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ທາງ​ປະຫວັດສາດ​ແລະ​ວັດ​ທະນະທຳ​ທີ່​ສຳຄັນ​ຂອງ​ເມືອງ​ ໄຫ​ຫນ​ຫຼວງ​ຫຼາຍ​ທີ່​ຕັ້ງ​ຽງ​ກັນ​ຢູ່​ເທິງ​ໂນນພູ​ສ່ວນ​ໃຫຍ່​ເຮັດ​ມາ​ຈາກ​ຫນ​ຊາຍ​ ພາຍ​ໃນ​ໄຫ​ບາງ​ໄຫ​ພົບ​ໂຄງ​ກະດູກ​ມະນຸດ​ ບາງ​ໄຫ​ພົບ​ລູກ​ປັດ​ຈາກ​ຈີນ​ ເຄື່ອງ​ປະ​ດັບ​ຊົນ​ເຜົ່າ​ ແລະ​ ຮູບ​ສຳ​ຣິດ​ ຕອນ​ນີ້​ຈຶ່ງ​ຍັງ​ບໍ່​ມີ​ໃຜ​ຮູ້​ທີ່​ມາ​ທີ່​ໄປ​ຍ່າງ​ຊັດເຈນ​ຂອງ​ໄຫ​ຫິນ​ເຫຼົ່າ​ນີ້​ ແຕ່​ຖື​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ທີ່​ບໍ່​ຄວນ​ພາດ​






    ທົ່ງໄຫຫີນຊຽງຂວາງໄຫ​ຫີນບູຮານ ນັບ​ພັນ​ໆຫນ່ວຍ ມີ​ນ້ຳຫນັກ​ແຕ່ 600 ກິ​ໂລກາມ ​ເຖິງ 1 ​ໂຕນ ມີ​ອາຍຸ​ແຕ່ 2.500 - 3000 ປີ ຕັ້ງ​ຢາຍ​ເດຍລະດາດ ​​ໃນທົ່ງ​ຢູ່ ​ເມືອງ​​ແປກ ​ແຂວງ ຊຽງ​ຂວາງ. ມາ​ຮອດ​ປະຈຸ​ບັນຕົ້ນ​ກຳ​ເນີ​ດຂອງ​ບັນດາ​ໄຫ​ຫີນ​​ເຫຼົ່ານີ້ ພວມ​​ເປັນ​ສິ່ງ​ທີ່ປິດສະໜາສຳ​ລັບ​ນັກ​ຄົ້ນ​ຄ້ວາບູຮານຄະດີ ກໍ​ຄື​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທົ່ວທຸກ​ສາລະ​ທິດ. 



    ເມື່ອ​ມີ​ໂອກາດມາ​ຢ້ຽມປະ​ເທດລ້ານ​ຊ້າງ​ທີ່​ສວຍ​ງາມສິ່ງ​ທຳ​ອິດ​ທີ່ນັກ​ທ່ອງ​ທ່ຽວ​ສົນ​ໃຈ​ແມ່ນ​ທົ່ງ​ໄຫ​ຫີນ. ​ເພາະວ່າ ຢູ່​ທີ່​ນີ້​ມີ​ໄຫ​ຫີນໃຫຍ່​ນ້ອຍທັງໝົດ ​ປະມານ 2000 ​ ຫນ່ວຍຕັ້ງ​ຍັ່ງ​ຢາຍ​ເດຍລະດາດ ຢູ່ 57 ບ່ອນ​ໃນສາມ​ໝູ່ບ້ານທີ່​ຫ່າງ​ຈາກ​ເທດສະບານ​ເມືອງ ​ໂພນ​ສະຫວັນ ​ແຂວງ ຊຽງ​ຂວາງ​ປະມານ 7 ກິ​ໂລ​ແມດ. ​ໄຫ​ຫີນ​ຫນ່ວຍ​ໃຫຍ່​ສຸດ​ມີ​ເສັ້ນ​ຜ່າກາງ 2,5ແມັດ ແລະ ສູງ​ເຖິງ 2,57 ​ແມດມີ​ນ້ຳຫນັກ​ຫຼາຍ​ໂຕນ. ຫນ່ວຍນ້ອຍ​ສຸດ​ມີ​ຂະຫນາດພໍອູ້ມໜຶ່ງ   . ​ໄຫ​ຫີນ​ສ່ວນ​ຫລາຍ​ບໍ່​ມີ​ຝາປົກ ​ແລະ ​ມີ​ຮູບຊົງ​ແຕກ​ຕ່າງ​ກັນບໍ່​ມີ​ຫນ່ວຍ​ໃດຄ້າຍ​ຄື​ກັນ ​ແລະ ​ຕັ້ງ​ຍັ່ງ​ຢາຍ​ເດຍລະດາດບໍ່​ເປັນ​ລະບຽບ. ມີ​ເລື່ອງ​ລາວ​ສືບ​ທອດ​ກັນ​ມາແຕ່​ບູຮານ​ນະ​ການ​​ວ່າ: ຂຸນ​ເຈືອງ ​ແມ່ນກົກ​ເຫຼົ່າ​ຊົນ​ເຜົ່າ​ລາວ​​ບູຮານພາຍຫລັງ​ຕີ​​ເອົາຊະນະ​​ສັດຕູຂຸນ​ເຈືອງ​​ໄດ້ສ່ັງ​ໃຫ້​ຜະລິດ​ບັນດາ​ໄຫ​ຫີນ​ດັ່ງກ່າວ​ເພື່ອບັນ​ຈຸ​ເຫລົ້າ​ກຽມ​ຈັດ​ງານ​ລ້ຽງ​ສະຫຼອງ​ໄຊຊະນະ. ປະຊາຊົນ​ຢູ່​ທີ່​ນີ້​ພັດ​​ເຊື່ອວ່າບັນດາ​ໄຫ​ຫີນ​​ເຫຼົ່າ​ນີ້ແມ່ນ​ຈອກ​ກິນເຫລົ້າ​ຂອງ​ບັນດາ​ເທວະ​ດາ

ຄ່າ​ເຂົ້າ​ຊົມ​: 10,000 ກີບ​ (ປະ​ມານ​ 40 ບາດ​)
ເວລາ​ເປີດ​-ປິດ​: 6.00 - 17.30 ນ.​

ແຫຼ່ງທີ່ມາ : vovworld.vn/lo-LA

Comments