ປະຕູໄຊ

Location

ປະ​ຕູ​ຊ​ວຽງ​ຈັນ​​
ປະຕູໄຊອີກ​ໜຶ່ງ​ສະຖານທີ່ຂອງ​ນະຄອນ​ຫຼວງ​ວຽງ​ຈັນ​ເປັນ​ອະນຸສອນ​ສະຖານ​ເພື່ອ​ະ​ລກ​ເຖິງ​ປະຊາຊົນ​ຊາວ​ລາວ​ຜູ້​ເສຍ​ສະລະ​ຊີວິດ​ໃນ​ສົງຄາມ​ກ່ອນ​ໜ້າ​ການ​ປະຕິວັດ​ຂອງ​ພັກ​ຄອມ​ມິວ​ນິດ​​ ບໍລິເວນ​​ອ້ອມ​ຮອບມີບ່ອນຈອດລົດ ​ຈັດການ​ສະແດງ​ນ້ຳ​ພຸ​ປະກອບ​ດົນຕີ​ ແລະ ​ສວນ​ປະ​ຕູ​ໄຊ






    ອານຸສາວະລີ ປະຕູໄຊ ເຊິ່ງບາງຄົນກໍ່ມັກຮຽກສັ້ນໆວ່າ ປະຕູໄຊ ຫຼື ບາງຄົນກໍ່ວ່າ ອານຸສາວະລີ. ແຕ່ຈະໃຫ້ຖືກແທ້ໆ ຕ້ອງເອີ້ນວ່າ: “ອານຸສາວະລີ ປະຕູໄຊ”. ສິ່ງກໍ່ສ້າງນີ້ສ້າງເພື່ອເປັນອານຸສອນສະຖານ ແກ່ໄຊຊະນະຂອງສົງຄາມ ແລະ ເປັນອານຸສອນ ແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949, ປະຕູໄຊ ເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ ໃນລະຫວ່າງສົງຄາມອິນດູຈີນ ແຕ່ກໍ່ຖືກນຳ ມາເຮັດອານຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບ ໃນຕອນນັ້ນ ແລະ ການອອກແບບໂດຍ ທ້າວ ທຳ ໄຊຍະສິດເສນາ.


    ຈາກຮູບແບບການກໍ່ສ້າງແລ້ວ ຮູບຊົງແມ່ນຄ້າຍກັບ Arc de Triomphe ຢູ່ປະເທດຝຣັງ ແລະ ຫຼາຍຄົນກະວ່າແມ່ນ ອ້າຍນ້ອງກັນແມ່ນວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາປັດຕະຍະກຳແລ້ວ ປະຕູໄຊ ແມ່ນແຕ້ມແຕ່ງ ດ້ວຍລວດລາຍຂອງລາວ ເຊັ່ນວ່າ: ຮູບຂອງກິນນາລີຮູບກົບກິນເດືອນ ແລະ ອື່ນໆ. ອານຸສາວະລີ ປະຕູໄຊ ແມ່ນຈະມີປະຕູໃຫຍ່ທັງສີ່ດ້ານ ແລະ ປະກອບມີ ຊັ້ນມີຂັ້ນໄດທາງ ຂຶ້ນ ສອງຂ້າງໂດຍທາງດ້ານເທິງ ເປັນອາຄານ ຍອດ ຕາມຫຼັກການປົກຄອງປະເທດເຮົາ ແບບພຸດທະສາສະໜາ ໄດ້ແກ່: ພັນທະມິດການໃຫ້ອະໄພຄວາມສື່ສັດການໃຫ້ກຽດ ແລະ ຄວາມຈະເລີນຮຸ່ງເຮືອງຖ້າຂຶ້ນໄປຮອດຍອດຂອງອາ ນຸສາວະລີ ທ່ານກໍ່ຈະໄດ້ຊື່ມຊົມກັບທິວທັດຄວາມງົດງາມ  ຂອງຕົວເມືອງວຽງຈັນ.


    ປະຕູໄຊຖືກອ້ອມຮອບໄປດ້ວຍສວນສາທາລະນະ ແລະ ຫົນທາງສາຍຫຼັກທີ່ມີລັກສະນະເປັນວົງວຽນ ແລະ ຫົນທາງເສັ້ນໃຫຍ່ທາງດ້ານໜ້າ ຂອງປະຕູໄຊມີນໍ້າພຸທີ່ສວຍງາມມີສວນສາທາລະນະ ໃຫ້ຜັກຜ່ອນຍ່ອນໃຈເປັນບ່ອນທີ່ຊາວວຽງຈັນ ມັກມາຜັກຜ່ອນສູດອາກາດບໍລິສຸດ ແລະ ອອກກຳລັງກາຍ.

ຄ່າ​ເຂົ້າ​ຊົມ​: 2,000 ກີບ​ (ປະ​ມານ​ 1ບາດ​)
ເວລາ​ເປີດ​-ປິດ​: 8.00 - 17.00 ນ.​

Comments